Read ອີ່ຫຼີ
Download on the App Store

Read ອີ່ຫຼີ episodes

  • ‘ສົມຜົນຊີວິດ’ ໂຈດທີ່ແກ້ຍາກ ແຕ່ສາມາດອອກແບບໄດ້ | Readອີ່ຫຼີ EP.07

    ພວກເຮົາແຕ່ລະຄົນຕ່າງກໍມີວີທີການໃນການດຳລົງຊີວິດທີ່ແຕກຕ່າງກັນອອກໄປ ແຕ່ຄົງບໍ່ມີໃຜກ້າປະຕິເສດວ່າ ບາງຄັ້ງເຮົາຕ່າງກໍສັບສົນກັບທາງເລືອກຂອງຊີວິດຕົວເອງເຫຼືອເກີນ ເພາະບໍ່ຮູ້ວ່າອັນໃດຄືສິ່ງທີ່ດີທີ່ສຸດສຳລັບຕົວເອງ ຫຼືບາງຄັ້ງບໍ່ຮູ້ແມ່ນແຕ່ວ່າຕອນນີ້ເຮົາຮູ້ສຶກແນວໃດກັນແທ້ .

    ຫຼາຍຄົນກໍຄິດວ່າ ‘ຊີວິດເຮົາມີແຕ່ Version ດຽວ’ ແຕ່ຄວາມຈິງແລ້ວ ‘ຊີວິດຄົນເຮົາມີຫຼາຍ Version ແລະແຕ່ລະ Version ກໍສາມາດສ້າງຄວາມສຸກໄດ້’ .

    ຮ່ວມຮຽນຮູ້ແລະວາງແຜນການອອກແບບຊີວິດກັບ Readອີ່ຫຼີ EP.07 | ສົມຜົນຊີວິດ’ ໂຈດທີ່ແກ້ຍາກ ແຕ່ສາມາດອອກແບບໄດ້ #Readອີ່ຫຼີ

    [TheChamp-FB-Comments]

    38 min
  • ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ | Readອີ່ຫຼີ EP.6

    ເຈົ້າເຄີຍໃຫ້ສັນຍາກັນໃຜຫຼືບໍ່? ຖ້າເຄີຍ…ແລ້ວຕອນນີ້ເດເຈົ້າຍັງຄົງຮັກສາມັນຢູ່ຫຼືບໍ່? ຕະຫຼອດຊ່ວງເວລາຊີວິດຂອງຄົນ ພວກເຮົາຕ່າງກໍເຄີຍເປັນທັງຜູ້ໃຫ້ສັນຍາ ຜູ້ຮັກສາສັນຍາ ແລະຜູ້ທີ່ຫຼົງລືມຄຳໝັ້ນສັນຍາ ເຊິ່ງແນ່ນອນວ່າມີທັງຕອນທີ່ເຮົາຜິດຫວັງ ເສຍໃຈແລະໂສກເສົ້າກັບຄຳສັນຍາເຫຼົານັ້ນມານັບຄັ້ງບໍ່ຖ້ວນ .

    ແຕ່ສຳລັບທ່ານແລ້ວ ‘ຄຳສັນຍາ’ ແມ່ນໝາຍເຖິງຫຍັງ? ບາງຄົນອາດຈະບອກວ່າຄຳສັນຍາຄືຄວາມໄວ້ເນື້ອເຊື່ອໃຈ, ຄຳສັນຍາຄືຄວາມຫວັງ, ແຕ່ໃນຂະນະດຽວກັນບາງຄົນກໍອາດຈະບອກວ່າ ‘ຄຳສັນຍາຄືຈຸດເລີ່ມຕົ້ນຂອງການລໍຄອຍອັນຍາວນານແລະສິ້ນຫວັງ’ .

    ຮ່ວມຄົ້ນຫາຄວາມໝາຍຂອງຄຳສັນຍາ ເມື່ອເຮົາບໍ່ອາດຂັດຂວາງການປ່ຽນແປງຂອງຊີວິດໄດ້ ແລະຄວາມຄິດຮອດເປັນພຽງສິ່ງດຽວທີ່ເຮັດໄດ້ໃນຍາມຄອງຄອຍໃຜຈັກຄົນໃຫ້ກັບມາ Readອີ່ຫຼີ EP.6 | ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ

    [TheChamp-FB-Comments]

    38 min
  • Readອີ່ຫຼີ EP.5 | ເກົາຫຼີໃຕ້ໃນຄວາມຊົງຈຳ ເຮືອນອີກຫຼັງ ວັດທະນະທຳແລະຄວາມເປັນຢູ່

    “Home Away From Home”

    .
    ບັນທຶກການກ້າວອອກນອກປະເທດຄັ້ງທຳອິດຂອງ “ກັອດ” ນັກເດີນທາງກັບບ້ານມືອາຊີບ ທີ່ບໍ່ເຄີຍຂ້າມຜ່ານ comfort zone ສູ່ເກົາຫຼີໃຕ້ - ປະເທດທີ່ໄປເທື່ອໃດ ໄດ້ຄວາມຊົງຈຳມາໃໝ່ຕະຫຼອດ
    .
    ຄົນແປກໜ້າແລະບົດສົນທະນາທີ່ຫຼາກຣົດນຳມາສູ່ຄວາມຊົງຈຳດີໆທີ່ກໍ່ໃຫ້ເກີດຄວາມຜູກພັນ ຈາກສະຖານະນັກທ່ອງທ່ຽວກໍກາຍເປັນຜູ້ຢູ່ອາໄສໃນທີ່ສຸດ
    .
    ມາຮ່ວມຊຶມຊັບປະສົບການແປກໃໝ່ຜ່ານການເດີນທາງໄລຍະຍາວທັງ 4 ລະດູ ແລະ ເຮືອນໃໝ່ອີກໜຶ່ງຫຼັງແຫ່ງນີ້

    [TheChamp-FB-Comments]

    31 min
  • Readອີ່ຫຼີ EP.4 | ຊາຍຊື່ອູເວ

    ຈາກນະວະນິຍາຍ ທີ່ນຳສະເໜີຕົວລະຄອນທີ່ເປັນຕົວແທນໃຫ້ແກ່ມະນຸດປ້າມະນຸດລຸງທີ່ເຮົາມັກຈະພົບເຫັນໄດ້ໃນຊີວິດຈິງ - ອູເວ ຊາຍເຖົ້າປາກຮ້າຍ ຂີ້ຫງຸດຫງິດແລະບໍ່ມີຄວາມເປັນມິດ ກັບການເດີນທາງຂອງຊີວິດ ທີ່ມີແຕ່ສີດຳ ແລະ ຂາວ

    ຊາຍຊື່ອູເວ A man called Ove ນະວະນິຍາຍຂາຍດີ best seller ຈາກສະວີເດັນ ແຕ່ງໂດຍ ຟຣຽດດຣິກ ບັກມັນ (Fredrik Backman) ກັບການນຳສະເໜີອີກໜຶ່ງຕົວຕົນຂອງຄົນຮຸ່ນ Baby Boomer ກັບເປົ້າໝາຍຄືການຂ້າຕົວຕາຍ

    ມາຮູ້ຈັກ ແລະ ຮ່ວມຮຽນຮູ້ຕົວຕົນທີ່ແທ້ຈິງ ແລະ ມິຕິທີ່ທັບຊ້ອນຢູ່ພາຍໃຕ້ສາກໜ້າຂອງເລື່ອງດັ່ງກ່າວກັບ Readອີ່ຫຼີ EP.4 | ຊາຍຊື່ອູເວ ກັບຄ່ານິຍົມແລະຕົວຕົນຂອງ Baby Boomer

    ສາມາດຕິດຕາມ Readອີ່ຫຼີ Podcast ຜ່ານຊ່ອງທາງຕ່າງໆໄດ້ຜ່ານທາງ

    • Youtube: https://youtu.be/bm80k02h-vE ແລະ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Read ອີ່ຫຼີ

    [TheChamp-FB-Comments]

    37 min
  • Readອີ່ຫຼີ EP.03: ການເດີນທາງຂອງຈັກກະວານແລະວິວັດທະນາການຂອງມະນຸດ

    ຈາກຄວາມສົງໄສທີ່ວ່າ ຈັກກະວານ ໂລກ ແລະ ສິ່ງມີຊີວິດໃນທຸກມື້ນີ້ກຳເນີດຂຶ້ນມາໄດ້ແນວໃດ?

    .
    ສຳລັບຕົວມະນຸດເອງມັກຈະຍິນເລື້ອຍໆວ່າ ມະນຸດເປັນສັດປະເສີດ ໃນຂະນະດຽວກັນກໍມີອີກສຽງບອກວ່າມະນຸດກໍບໍ່ຕ່າງຫຍັງລິງປະເພດອື່ນໆໃນທຳມະຊາດ
    .
    ມາຮ່ວມຄົ້ນຫາຄຳຕອບກັບ Readອີ່ຫຼີ EP.03 | ການເດີນທາງຂອງຈັກກະວານແລະວິວັດທະນາການຂອງມະນຸດ

    ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:

    • YouTube Channel: youtube.com/laoxchannel?sub_confirmation=1
    • Youtube: https://youtu.be/5GrVIZlJyzU
    • ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    [TheChamp-FB-Comments]

    46 min
  • Readອີ່ຫຼີ EP.02: ກະຢ່າແມະຊີວິດຂ້ອຍ

    ຈາກປຶ້ມທີ່ມີຍອດຂາຍ 2 ລ້ານເຫຼັມທົ່ວໂລກ ຕິດອັນດັບປຶ້ມຂາຍດີເທິງເວັບໄຊ Amazon 37 ອາທິດຕໍ່ກັນ .

    ການເບິ່ງຊີວິດແບບມຸມກັບມັນດີແທ້ບໍ່? ຫຼື ເປັນພຽງກັນເບິ່ງຊີວິດແລະບັນຕາມຄວາມເປັນຈິງ
    .
    ມາຮ່ວມຄົ້ນຄິດ ພ້ອມຄົ້ນຫາຄຳຕອບໄປນຳກັນໄດ້ທີ່ Readອີ່ຫຼີ Ep.02 | ຊີວິດຂ້ອຍ ກະຢ່າແມະ!

    ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:

    • YouTube Channel: youtube.com/laoxchannel?sub_confirmation=1
    • Youtube: https://youtu.be/Lr4V9JroT5U
    • ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    [TheChamp-FB-Comments]

    32 min
  • Readອີ່ຫຼີ Podcast Ep.0: Intro

    EP.00 ພວກເຮົາເຊື່ອວ່າການອ່ານປຶ້ມບໍ່ໄດ້ເປັນພຽງກິດຈະກຳຍາມວ່າງຊະນິດໜຶ່ງ ແຕ່ການອ່ານຍັງນຳພາພວກເຮົາໄປສູ່ໂລກອີກໜຶ່ງໃບ ນັ້ນກໍຄືໂລກຂອງ ຈິນຕະນາການຄວາມບັນເທິງແລະຄວາມຮູ້ຕ່າງໆ ແຕ່ບາງຄັ້ງເນື້ອຫາທີ່ປາກົດຢູ່ໃນປຶ້ມຫຼາຍໆເຫຼັ້ມກໍບໍ່ໄດ້ເປີດເຜີຍຄວາມຈິງທັງໝົດທີ່ຜູ້ປະພັນຢາກສື່ ຫຼືອາດເວົ້າໄດ້ວ່າມີພາບຊ້ອນອີກຊັ້ນໜຶ່ງປິດບັງຢູ່ນັ້ນກໍຄື ມາຍາຄະຕິ ຄ່ານິຍົມຕ່າງໆ ອັນລວມໄປເຖິງຄວາມຄິດຄວາມເຊື່ອທີ່ເຊື່ອງຊ້ອນຢູ່ຢ່າງແນບນຽນ ສະນັ້ນການອ່ານບາງຄັ້ງກໍຕ້ອງໄດ້ອາໄສການວິເຄາະຫຼືເຊື່ອມໂຍງສິ່ງທີ່ອ່ານເຂົ້າກັບອົງຄວາມຮູ້ອື່ນໆພາຍນອກ

    Readອີ່ຫລີ Podcast ລາຍການທີ່ຈະພາທ່ານໄປເຈາະຈິ້ມແລະວິເຄາະປຶ້ມທີ່ອ່ານໃຫ້ລຶກຊຶ້ງຂຶ້ນຕື່ມ ເພື່ອຮຽນຮູ້ພ້ອມກັບທຳຄວາມເຂົ້າໃຈຕົນເອງ ຜູ້ອື່ນ ແລະປາກົດການຕ່າງໆໃນສັງຄົມຫຼາຍໃຫ້ຂຶ້ນຜ່ານໂລກຂອງການອ່ານ

    Readອີ່ຫລີ EP.00 Read Yourself, Read Others, Read ອີ່ຫລີ

    ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:

    • YouTube Channel: youtube.com/laoxchannel?sub_confirmation=1
    • ຟັງຜ່ານ Youtube: https://youtu.be/_giHB7m4sgs
    • ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    [TheChamp-FB-Comments]

    9 min
  • Readອີ່ຫຼີ EP.01: ເພາະສິລະປະສູງສຸດຂອງຄົນຄືສິລະປະຂອງການໃຊ້ຊີວິດ

    ປະຕິເສດບໍ່ໄດ້ເລີຍວ່າການອ່ານໜັງສືປະເພດຕ່າງໆບໍ່ວ່າຈະເປັນ non-fiction ຫຼື fiction ຢ່າງວັນນະກຳຫຼືນະວະນິຍາຍໄດ້ຊ່ວຍໃຫ້ເຮົາມີໂອກາດສຶກສາຄວາມເປັນໄປຂອງຈິດໃຈມະນຸດຜ່ານການດຳເນີນເລື່ອງຂອງຊີວິດຕົວລະຄອນໃນຮູບແບບຕ່າງໆ ວິທີການເຮັດວຽກຂອງບົດສຳພາດກັບຈິດໃຈມະນຸດກໍເຊັ່ນດຽວກັນ

    ການອ່ານບົດສຳພາດເປັນອີກໜຶ່ງວິທີທາງໃນການຮຽນຮູ້ລົດຊາດຂອງຊີວິດທີ່ແຕກຕ່າງແລະຫຼາກຫຼາຍເຊິ່ງຫຼາຍຄົນມັກຈະເບິ່ງຂ້າມ. ຄຳຕອບພຽງສັ້ນໆບາງອັນອາດຈຸດປະກາຍໄຟແຫ່ງຄວາມຫວັງໃຫ້ກັບຜູ້ອ່ານໄດ້

    ສະນັ້ນ EP ທຳອິດຂອງລາຍການ readອີ່ຫຼີ ຈຶ່ງໄດ້ຫຍິບຍົກເອົາ ‘Between Hello and Goodbye’ ຫຼື ‘ຄຣູ່ສົນທະນາ’ ປຶ້ມຮວມບົດສຳພາດກ່ຽວກັບການໃຊ້ຊີວິດຢ່າງມີຄວາມໝາຍແລະຄວາມໝາຍຂອງການໃຊ້ຊີວິດມາໂອ້ລົມກັນ ເພາະພວກເຮົາເຊື່ອວ່າບົດສົນທະນາດີໆບາງຄັ້ງກໍມີສະຖານະບໍ່ຕ່າງຫຍັງກັບແວ່ນສະທ້ອນເງົາຄວາມຄິດຂອງໂຕເຮົາເອງ

    Readອີ່ຫລີ EP.01: ເພາະສິລະປະສູງສຸດຂອງຄົນຄືສິລະປະຂອງການໃຊ້ຊີວິດ

    ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:

    • YouTube Channel: youtube.com/laoxchannel?sub_confirmation=1
    • ຟັງຜ່ານ Youtube: https://youtu.be/IOJxfVEuCSw
    • ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files

    [TheChamp-FB-Comments]

    30 min

About Read ອີ່ຫຼີ

From the publisher's feed

Readອີ່ຫຼີ Podcast