ການສໍາພາດ ນຶ່ງໃນບັນດາຜູ້ເປັນແມ່ຂອງເດັກນ້ອຍ ແຂວງຫຼວງນໍ້າທາ ທີ່ລູກຊາຍຖືກຄ້າມະນຸດໄປປະເທດພະມ້າ ແລ້ວຖືກບັງຄັບໃຫ້ຫາເງິນ ຖ້າຫາບໍ່ໄດ້ ກໍຖືກທໍລະມານປາງຕາຍ.
ພວກພໍ່ແມ່ ເມື່ອຮູ້ຂ່າວວ່າ ພວກລູກຖືກລັກພາຕົວໄປປະເທດພະມ້າ ຈຶ່ງພາກັນຮວມຕົວຮ້ອງທຸກ ຂໍໃຫ້ທາງການລາວຊ່ອຍເຫຼືອ ເພາະມັນເປັນບັນຫາການຄ້າມະນຸດຂ້າມຊາດ.
ຄໍາຮ້ອງທຸກດັ່ງກ່າວນີ້ ທາງການລາວກໍໄດ້ຮັບຮູ້ໄວ້ເກືອບຈະຮອດປີແລ້ວ ແຕ່ກໍຍັງບໍ່ມີຫຍັງຄືບໜ້າເລີຍ.