ສະຕິມາປັນຍາເກີດ

ສະຕິມາປັນຍາເກີດ

Download on the App Store

ສະຕິມາປັນຍາເກີດ episodes

  • ນານາຄະຕິທັມ ກ່ຽວກັບ ປາກ

    ນານາຄະຕິທັມ ກ່ຽວກັບ ປາກ ຫຼືການເວົ້ານີ້ສຳຄັນຫຼາຍ ເພາະກ່ອນທີ່ເຮົາຈະເວົ້າຫຍັງອອກມາ ແມ່ນມາຈາກໃຈຂອງເຮົາກ່ອນ ຄຳເວົ້າ ເມື່ອເຮົາເວົ້າອອກໄປແລ້ວ ມັນຈະເປັນນາຍເຮົາ  ຢ່າງທີ່ໂບຮານວ່າ ມືຖືສາກ ປາກຖືສິນ ໝາຍເຖີງໃຫ້ເຮົາລະມັດລະຫວັງຄຳເວົ້າຂອງເຮົາ ຄຳເວົ້າຄຳຈາໃຫ້ເປັນທັມເປັນວິໄນ ຫຼື ຮູ້ຈັກເວົ້າໃຫ້ຖືກກາລະ ເຖສະ ຮັບຟັງກ່ຽວເລື່ອງນີ້ ກັບ ພຣະອາຈານ ສີສຸກ ສະເຫຼີມຄຸນ.

    45 min
  • ການປະຕິບັດຕໍ່ທິດຕ່າງໆ

    ໃນສະຫໄຫມພຸດທະການມີຄວາມເຊື່ອເລື່ອງການໄຫວ້ທິດຕ່າງໆ ແຕ່ໃນທາງພຸດທະສາສະໜາແລ້ວ ກໍ່ມີການໄຫວ້ທິດ ຫຼື ການປະຕິບັດຕໍ່ ທິດຕ່າງໆເຫມືອນກັນ ພຣະພຸດທະເຈົ້າໄດ້ຕັດສອນພຣາມເລື່ອງການປະຕິບັດຕໍ່ທິດຕ່າງໆໄວ້ແນວໃດ ອັນໃດເປັນທາງແຫ່ງຄວາມເຊື່ອມ ແລະ ອັນໃດເປັນທາງແຫ່ງຄວາມຈະເລີນ ໂດຍ ພຣະອາຈານ ພຸດທະສອນ ລະຄອນຄຳ ແລະ ຍາຄູຄຳໄຜ່ ສິຣິປັນໂຍ

    52 min
  • ຂອງແທ້ຂອງທຽມ

    ມາເບິ່ງ ລັກສະນະຂອງແທ້ ຫຼື ຂອງແທ້ ແຕກຕ່າງກັນແນວໃດ່ ໃນທາງພຸດທະສາສະໜາ ເຮົາຮູ້ຈັກຂອງແທ້ ແລະ ຂອງທຽມແນວໃດ ແລ້ວ ຖ້າເຮົາຢາກຮູ້ຂອງແທ້ ຂອງທຽມເຮົາຈະສັງເກດໄດ້ແນວໃດ ມາຟັງທັດສະນະຂອງອາຈານ ອິນແແປງ ແລະ ພຣະອາຈານ ມະຫາອຸດອນ ອະນຸດຕະໂຣ

    57 min
  • ໜ້າທີ່ຈຳເປັນຂອງມະນຸດ

    ລາຍການ ສະຕິມາປັນຍາເກີດ ປະຈຳວັນສຸກ ໂດຍ ພຣະອາຈານ ຫຸມເພັງ ພັນທະສາໂຣ ຈາກວັດປ່າວິຈິດທັມມາຣາມນາທົ່ມ ເລື່ອງ ໜ້າທີ່ທີ່ຈຳເປັນຂອງມະນຸດ ຄື ການໃຫ້ທານ, ຮັກສາສິນ ແລະ ຈະເລີນເມດຕາພາວະນາ ພຣະອາຈານບອກວ່າ ຖ້າເຮົາເຮັດໄດ້ຄົບທັງ 3 ຢ່າງນີ້ ເຮົາເກີດມາພົບໃດຊາດໃດ ຈະເປັນຜູ້ມີ ໂພຄະຊັບສົມບັດ ຜິວພັນງົດງາມ ມີສະຕິອັນສະຫຼຽວສະຫຼາດ ເພາະອະນິສົງຂອງການໃຫ້ທານ ຮັກສາສິນ ແລະ ຈະເລີນເມດຕາພາວະນານີ້.

    55 min
  • ໜ້າທີ່ຫຼັກໆຂອງເຮົາຄືຫຍັງ

    ລາຍການ ສະຕິມາປັນຍາເກີດ ປະຈຳວັນຈັນ ເລື່ອງ ໜ້າທີ່ຫຼັກໆຂອງເຮົາຄືຫຍັງ ໃນການດຳເນີນຊີວິດ ເມື່ອເຮົາຕື່ນຂື້ນມາທຸກຄົນມີໜ້າທີ່ ແຕ່ລະຄົນມີໜ້າທີ່ບໍ່ຄືກັນ 

    ແຕ່ໜ້າທີ່ຫຼັກຂອງຄົນເຮົາແມ່ນອັນໃດ ທັມມະບັນຍາຍ ໂດຍ ພຣະອາຈານ ອິນແປງ ວັດປ່າໂພໄຊ

    58 min
  • ຫຼັກທັມກ່ຽວກັບ ການສົງເຄາະຜູ້ລວງລັບ

    ລາຍການ ສະຕິມາປັນຍາເກີດ ປະຈຳວັນເສົາ ແມ່ຂາວ ນ້ອຍ ແລະ ແມ່ຂາວ ບຸນມາ ໄດ້ ເອົາ ຫຼັກທັມ ກ່ຽວກັບ ການສົງເຄາະຜູ້ລວງລັບ ມາເວົ້າມາກ່າວໃຫ້ອອກຕົນຍາດໂຍມໄດ້ຮັບຟັງກັນ.

    1 hr
  • ເຮົາຄວນຕັ້ງຈຸດໝາຍໄວ້ແນວໃດ່ ?

    ຄວາມປະມາດເປັນຫົນທາງແຫ່ງຄວາມຕາຍ ຄົນທີ່ປະມາດປຽບສະເໝືອນຄົນທີ່ຕາຍແລ້ວ ເມື່ອເຮົາເກີດມາແລ້ວ ເຮົາຄວນ ຈະຕັ້ງຈຸດມຸງໝາຍຂອງເຮົາໄວ້ແນວໃດ່ ພຣະພຸດທະອົງຕັດໄວ້ວ່າ ຄົນທີ່ເກີດມາແລ້ວ ຄວນຮູ້ຈັກປະໂຫຍດ 3 ຢ່າງ ຄື ປະໂຫຍດໃນປັດຈຸບັນ,ປະໂຫຍດໃນເບື້ອງໜ້າ ແລະ ປະໂຫຍດສູງສຸດ. ແລ້ວ ທ່ານມີເປົ້າໝາຍແນວໃດ່ ໃນຊີວິດນີ້  ຮັບຟັງ ທັມມະບັນຍາຍ ກ່ຽວກັບເລື່ອງນີ້ ໂດຍ ພຣະອາຈານ ພະແກ້ວພະຈັນ ຍົດປັນຍາ ວັດປ່າສະຫວັນພົມ ດົງໝາກຄາຍ.

    52 min
  • ຫຼັກທັມທີ່ເປັນເຄື່ອງຂູດເກົາ

    ລາຍການ ສະຕິມາປັນຍາເກີດ ເລື່ອງ ຫຼັກທັມທີ່ເປັນເຄື່ອງຂູດເກົາ  ທັມທີ່ເປັນທີ່ຕັັ້ງແຫ່ງການຂຸດເກົາ ເປັນຫຼັກທັມທີ່ຕັດກັບຈຸນທະ  ບັນຍາຍ ໂດຍ ພຣະອາຈານ ສົມຈິດ ສັນຍາຈິດໂຕ

    1 hr 1 min

About ສະຕິມາປັນຍາເກີດ

From the publisher's feed

ສະຕິມາປັນຍາເກີດ ເປັນລາຍການ ວິທະຍຸທັມມະ ເລີ່ມ ອອກອາກາດ ຕັ້ງແຕ່ ວັນທີ 22 ພຶດສະພາ ພ.ສ 2554 (ຄ.ສ 2011) ຈົນເຖິງປັດຈຸບັນ. ອອກອາກາດທຸກໆມື້ເວລາ 6,00-7,00 AM ທາງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ FM 95,00 ແລະ…