Sign up to save your podcastsEmail addressPasswordRegisterOrContinue with GoogleAlready have an account? Log in here.
ສະຕິມາປັນຍາເກີດ ເປັນລາຍການ ວິທະຍຸທັມມະ ເລີ່ມ ອອກອາກາດ ຕັ້ງແຕ່ ວັນທີ 22 ພຶດສະພາ ພ.ສ 2554 (ຄ.ສ 2011) ຈົນເຖິງປັດຈຸບັນ. ອອກອາກາດທຸກໆມື້ເວລາ 6,00-7,00 AM ທາງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ FM 95,00 ແລະ 99.7... more
FAQs about ສະຕິມາປັນຍາເກີດ:How many episodes does ສະຕິມາປັນຍາເກີດ have?The podcast currently has 40 episodes available.
May 29, 2021ຄວາມບໍ່ປະມາດເປັນຍອດແຫ່ງກຸສົນທັມສົນທະນາທັມ ຫຼັກທັມ ວ່າດ້ວຍ ຄວາມບໍ່ປະມາດເປັນຍອດແຫ່ງກຸສົນທັມ ລາຍການສະຕິມາປັນຍາເກີດປະຈຳວັນເສົາ ໂດຍ ແມ່ຂາວນ້ອຍ ແລະ ແມ່ຂາວບຸນມາ ...more58minPlay
May 28, 2021ການບຳເພັນປາລະມີຂອງພຣະພຸດທະເຈົ້າການເກີດມາເປັນມະນຸດເປັນເລື່ອງທີ່ຫາໄດ້ຍາກໃນໂລກນີ້ ແລະ ການທີ່ອົງສົມເດັດພຣະສັມມາສັມພຸດທະເຈົ້າຈະອຸບັດຂື້ນມາ ແລະ ຕັດສະຮູ້ກໍ່ເປັນສິ່ງທີ່ຍາກຫຼາຍ ເພາະພຣະພຸດທະເຈົ້າຕ້ອງບຳເພັນບາລະມີມາຫຼາຍພົບ ຫຼາຍຊາດ ຫຼາຍອະສົງໄຂ່ຈົນນັບບໍ່ໄດ້ ມາຟັງ ຄວາມຫາໄດ້ຍາກ ຂອງການບຳເພັນປາລະມີຂອງພຣະພຸດທະເຈົ້າ ໂດຍ ພຣະອາຈານ ພະແກ້ວ ພະຈັນ ຈາກວັດປ່າດົງໝາຍຄາຍ...more54minPlay
May 27, 2021ພະລະ 5ພາລະ 5 ເຕີມພະລັງໃຫ້ກັບຊີວິດ້ວຍ ຫຼັກ ທັມ 5 ປະການ ຫຼື ກຳລັງ 5 ປະການໄດ້ແກ່ ສັດທາພະລະ ວິຣິຍະພະລະ ສະຕິພະລະ ສະມາທິພະລະ ແລະ ປັນຍາພະລະ ໂດຍ ພຣະອາຈານ ສີສຸກ ສະເຫຼີມຄຸນ....more41minPlay
May 26, 2021ພຸດທະພົດຈາກພຣະສູດພຣະອາຈານ ສົມຈິດ ສັນຍາຈິດໂຕ ແລະ ສາມເນນ ນຳຫຼັກທັມຈາກພຣະສູດມາອະທິບາຍຂະຫຍາຍຄວາມວ່າດ້ວຍເລື່ອງ ສິ່ງສາມຢ່າງປິດໄວ້ຈິງຈະເລີນ ເປີດເຜີຍບໍ່ບໍ່ຈະເລີນ ແລະສິ່ງສາມຢ່າງເປີດເຜີຍຈິ່ງຈະເລີນ ປິດໄວ້ບໍ່ຈະເລີນ....more53minPlay
May 25, 2021ທັມມະ ແລະ ການສຶກສາທັມມະຄຸນລັກສະນະຂອງທັມມະ ແລະ ການສຶກສາທັມມະ ບັນຍາຍໂດຍ ພຣະອາຈານ ຄຳໄຜ່ ສິລິປັນໂຍ ແລະ ພຣະອາຈານ ພຸດທະສອນ ລະຄອນຄຳ ...more59minPlay
May 24, 2021ການບໍລິຫານຈັດການເວລາແບບພຸດທະເລື່ອງການບໍລິຫານເວລາໃຫ້ເປັນປະໂຫຍດ ເປັນການບໍລິຫານເວລາຂອງຊາວໂລກ ແລ ການບໍລິຫານເວລາຂອງພຣະພຸດທະເຈົ້າ ມີຄວາມແຕ່ກຕ່າງກັນແນວໃດ່. ພຣະອາຈານ ຍັງບອກອີກວ່າຄົນເຮົາສ່ວນຫຼາຍໃຊ້ເວລາ ແລະ ຊີວິດເປືອງ ອີກຢ່າງໜື່ງຊີວິດຂອງເຮົາມັນບໍ່ໄດ້ຢືນຢາວ ບໍ່ແນ່ນອນ ສະເລ່ຍ ກໍ່ປະມານ 75 ປີ. ເຊີນທ່ານຟັງຂ້າງໃນ ການບໍລິຫານຈັດ ເວລາ ແລະ ຊີວິດແນວໃດ່ ໃຫ້ໄດ້ປະໂຫຍດສູງສຸດ....more1hPlay
May 23, 2021ສີລະປະການດຳເນີນຊີວິດທັມມະບັນຍາເລື່ອງ ສີລະປະໃນການດຳເນີນຊີວິດ ເພາະວ່າຄົນເຮົາຖ້າບໍ່ມີສີລະປະໃນການດຳເນີນຊີວິດ ອາດຈະເຮັດໃຫ້ການດຳເນີນຊີວິດຂອງເຮົາໄປຜິດຊ່ອງຜິດທາງ ແລະ ຄວາມໝາຍຂອງສີລະປະການດຳເນີນຊີວິດນີ້ແມ່ນຫຍັງ ມີຈັກປະເພດ ມີຄວາມມາຍກວ້າງຂວາງປານໃດ່ ເຊີນທ່ານຜູ້ສົນໃຈຮັບຝັງ ການຂະຫຍາຍຄວາມ ກ່ຽວກັບເລື່ອງນີ້ ໂດຍພຣະອາຈານ ມະຫາອຸດອນ ແລະ ພຣະອາຈານ ອິນແປງ ...more1h 1minPlay
May 22, 2021ຫຼັກທັມຈາກລັດທະປາລະສູດພຣະອາຈານ ມະຫາອຸດອນ ອະທິບາຍ ຂະຫຍາຍຄວາມຫຼັກທັມ ຈາກ ລັດທະປາລະສູດ ຫຼື ພຣະລັດທະບານ ເປັນລູກຕະກູນ ຜູ້ຍິ່ງໃຫຍ່ໃນເມືອງໜື່ງ ໄດ້ຟັງທັມຈາກສຳນັກພຣະພຸດທະເຈົ້າແລ້ວ ຢາກຈະບວດ ແຕ່ພໍ່ແມ່ບໍ່ໃຫ້ບວດ ເພາະວ່າເພີ່ນເປັນລູກຊາຍຜູ້ດ່ຽວ ແນວໃດ່ກໍ່ຕາມ ພໍ່ແມ່ກໍ່ຂັດໃຈບໍ່ໄດ້ ແຕ່ມີຂໍ້ສັນຍາວ່າ ເມື່ອບວດໄປແລ້ວກໍ່ຕ້ອງມາຢ້ຽມມາຍາມແດ່ ເມື່ອໄດ້ບວດແລ້ວໄດ້ເປັນພຣະອະລະຫັນ ກໍ່ໄດ້ຫວນລະລຶກເຖີງພໍ່ແມ່ ເມື່ອພຣະລັດທະບານ ເຂົ້າມາໃນເມືອງ ມາຢ້ຽມຢາມພໍ່ແມ່ ຊາວເມືອງແລ້ວ ຈະມີຫຼັກທັມອັນໄດ່ນັ້ນເຊີນທ່ານຮັບຟັງຄລີບສຽງພຣະອາຈານໄດ້ເລີຍ....more52minPlay
May 21, 2021ຫຼັກການເຮັດບຸນ 10 ປະການທັມມະບັນຍາຍກ່ຽວກັບ ຫຼັກຂອງການເຮັດບຸນ 10 ຢ່າງ ຫຼື ບຸນກິລິຍາວັດຖຸ 10 ປະການ.ເພາະຄົນເຮົາທຸກຄົນເກີດມາດ້ວຍອຳນາດບຸນກຸສົນ ທີ່ເຮົາເປັນຢູ່ທຸກວັນນີ້ ກໍ່ດ້ວຍອຳນາດບຸນກຸສົນ ຄືເຮົາກິນບຸນເກົ່າໃນອະດີດທີ່ຜ່ານມາ ຖ້າເຮົາເກີດມາແລ້ວ ບໍ່ຮູ້ຈັກເຮັດບຸນ ມັນກໍ່ຈະຫມົດໄປ ປຽບເຫມືອນເຮົາມີເຂົ້າກິນ ແຕ່ບໍ່ເຮັດບໍ່ຫາໃໝ່ ມື້ໜື່ງກໍ່ຈະໝົດໄປ.......more59minPlay
May 20, 2021ທັມມະທານເລື່ອງກ່ຽວກັບການໃຫ້ທັມມະເປັນທານ ທ່ານອາດຈະຄຸ້ນເຄີຍແຕ່ການໃຫ້ ວັດຖຸສິ່ງຂອງເທົ່ານັ້ນ ແຕ່ການໃຫ້ທັມມະເປັນທານ ຄືການໃຫ້ຄຳແນະນຳສັ່ງສອນ ໃຫ້ປັນຍາ ໃຫ້ແນວທາງປະພຶດປະຕິບັດທີ່ຖືກຕ້ອງອັນນີ້ຄືການໃຫ້ທັມມະເປັນທານ.ການໃຫ້ທັມມະຊະນະການໃຫ້ທັງປວງ...ເຮັດໃຫ້ຄົນມີເຫດມີຜົນ ຮູ້ກາລະເທສະ ຮູ້ບາບບຸນຄຸນໂທດ ຮູ້ຮັກສາສິນ ກິນທານ ເຮັດໃຫ້ຄົນນັ້ນສູງສົ່ງຂື້ນໄປ ຮັບຟັງການຂະຍາຍຄວາມເພີ່ມເຕີມກ່ຽວກັບເລື່ອງນີ້ ໂດຍ ພຣະອາຈານ ມະຫາອຸດອນ ເຈົ້າອະທິການວັດປ່ານາດີ...more56minPlay
FAQs about ສະຕິມາປັນຍາເກີດ:How many episodes does ສະຕິມາປັນຍາເກີດ have?The podcast currently has 40 episodes available.